Lao | ພາສາລາວ: ການອອກກຳລັງກາຍພື້ນຖານ - ການສະແກນຮ່າງກາຍ ແລະ ການພັກຜ່ອນຢ່ອນອາລົມເພື່ອປົດປ່ອຍຄວາມເຄັ່ງຕຶງ

ການອອກກຳລັງກາຍພື້ນຖານນີ້ແມ່ນຖືກອອກແບບມາເພື່ອຊ່ວຍທ່ານສຸມໃສ່ການຫາຍໃຈຂອງທ່ານ.
ເມື່ອທ່ານຫາຍໃຈຊ້າລົງ, ຈິດໃຈທີ່ຮີບຮ້ອນຂອງທ່ານກໍຊ້າລົງໄດ້. ມັນສາມາດຊ່ວຍຫຼຸດຜ່ອນຄວາມຄຽດໄດ້.
ກັບຄືນມາສູ່ການອອກກຳລັງກາຍນີ້ໄດ້ທຸກເວລາທີ່ທ່ານຕ້ອງການ.
ຖ້າທ່ານຢາກຈະອ່ານການອອກກຳລັງກາຍນີ້ຈົນຈົບແທນການຟັງ, ທ່ານສາມາດເບິ່ງຄຳບັນຍາຍໄດ້ຢູ່ລຸ່ມນີ້.
Jump to
ການອອກກຳລັງກາຍພື້ນຖານ
ຂ້ອຍຈະນຳພາເຈົ້າໄປສູ່ການອອກກຳລັງກາຍແບບສັ້ນໆໂດຍໃຊ້ຮ່າງກາຍເປັນຫຼັກເພື່ອບັນເທົາອາການຕຶງຄຽດ, ເຊິ່ງດັດແປງມາຈາກການສະແກນຮ່າງກາຍ ແລະ ການພັກຜ່ອນຂອງ Paul Gilbert. ມັນໃຊ້ເວລາບໍ່ດົນເພື່ອກວດເບິ່ງຕົວເຈົ້າເອງເທົ່ານັ້ນ. ບໍ່ວ່າຍ້ອນສິ່ງໃດກໍຕາມທີ່ພາເຈົ້າມາທີ່ນີ້, ຖ້າມີບາງຢ່າງທີ່ກວນໃຈເຈົ້າຢູ່, ໃຫ້ປ່ອຍວາງກ່ອນ. ພຽງຊ່ວງໜຶ່ງເທົ່ານັ້ນ. ເຈົ້າສາມາດໃຊ້ເວລານີ້ໃນການພັກຜ່ອນຈິດໃຈຕົນເອງ ແລະ ການຜ່ອນຄາຍໃນຮ່າງກາຍ. ເຈົ້າສາມາດເຮັດການອອກກຳລັງກາຍນີ້ໂດຍການນັ່ງ ຫຼື ນອນລົງ.
ມາເລີ່ມກັນເລີຍ. ເລີ່ມຈາກການສັງເກດການຫາຍໃຈຂອງເຈົ້າໃນຂະນະທີ່ເຈົ້າຫາຍໃຈເຂົ້າທາງຮູດັງ ແລະ ຫາຍໃຈອອກທາງປາກຂອງເຈົ້າ. ຄ່ອຍໆມຸ່ງເນັ້ນໄປທີ່ຈັງຫວະການຫາຍໃຈທີ່ຜ່ອນຄາຍຕາມທຳມະຊາດຂອງເຈົ້າ.
ຕອນນີ້ເອົາຄວາມຕັ້ງໃຈຂອງເຈົ້າລົງໄປທີ່ຂາຂອງເຈົ້າ. ພວກມັນຮູ້ສຶກແນວໃດ? ລອງຈິນຕະນາການເຖິງຄວາມເຄັ່ງຕຶງທັງໝົດໃນຂາຂອງເຈົ້າຄ່ອຍໆໄຫຼອອກຈາກຮ່າງກາຍຂອງເຈົ້າລົງໄປພື້ນແລ້ວກໍຫາຍໄປ. ຕອນທີ່ເຈົ້າຫາຍໃຈເຂົ້າ, ໃຫ້ລອງເກັງກ້າມຂາເລັກນ້ອຍ. ມາຫາຍໃຈເຂົ້າ ແລະ ຕອນທີ່ເຈົ້າຫາຍໃຈອອກ, ຜ່ອຍຄາຍກ້າມຂາຂອງເຈົ້າ ແລະ ປົດປ່ອຍ. ໃນຂະນະທີ່ເຈົ້າຫາຍໃຈເຂົ້າ, ສັງເກດຄວາມເຄັ່ງຕຶງ. ໃນຂະນະທີ່ເຈົ້າຫາຍໃຈອອກ, ປົດປ່ອຍມັນ ແລະ ຮູ້ສຶກໄດ້ວ່າຂາຂອງເຈົ້າຜ່ອນຄາຍ.
ມາເຄື່ອນໄຫວຮ່າງກາຍໄປທີ່ບ່າໄຫຼ່ຂອງເຈົ້າ. ເຈົ້າກຳລັງບີບພວກມັນບໍ? ພະຍາຍາມບີບບ່າໄຫຼ່ຂອງເຈົ້າ, ດຶງພວກມັນຂຶ້ນໃນຂະນະທີ່ເຈົ້າຫາຍໃຈເຂົ້າ. ໃນຂະນະທີ່ເຈົ້າຫາຍໃຈອອກ, ຮູ້ສຶກໄດ້ວ່າກ້າມເນື້ອບ່າໄຫຼ່ຂອງເຈົ້າກຳລັງຜ່ອນຄາຍເນື່ອງຈາກວ່າຄວາມຄຽດໄດ້ອອກຈາກຮ່າງກາຍຂອງເຈົ້າໃນທຸກຄັ້ງທີ່ຫາຍໃຈອອກ. ໃນຂະນະທີ່ເຈົ້າຫາຍໃຈອອກ, ປ່ອຍມັນອອກໄປໃຫ້ໝົດ.
ຕອນນີ້ໄປທີ່ປາຍນິ້ວມືຂອງເຈົ້າ. ມຸ່ງຄວາມສົນໃຈຕໍ່ກັບຄວາມເຄັ່ງຕຶງທີ່ຢູ່ໃນນັ້ນ ແລະ ປ່ອຍໃຫ້ມັນໄຫຼອອກຈາກຮ່າງກາຍຜ່ານມືຂອງເຈົ້າ. ຂໍ້ແຂນ, ແຂນ, ຂໍ້ສອກ, ຈົນໄປຮອດບ່າໄຫຼ່ຂອງເຈົ້າ. ແລະ ສຸດທ້າຍແມ່ນລົງຈາກຮ່າງກາຍໄປຈົນຮອດພື້ນ. ຫາຍໃຈອອກ ແລະ ປ່ອຍມັນໄປໃຫ້ໝົດ.
ຕອນນີ້ຍ້າຍຄວາມສົນໃຈຂອງເຈົ້າໄປຫາຄວາມເຄັ່ງຕຶງໃດໜຶ່ງທີ່ຢູ່ໃນຫົວ, ຄໍ ແລະ ໜ້າຜາກຂອງເຈົ້າ. ປ່ອຍໃຫ້ພວກມັນໄດ້ຜ່ອນຄາຍໃນການຫາຍໃຈທຸກຄັ້ງ. ສຳນຶກພາບຄວາມເຄັ່ງຕຶງລົງໄປທີ່ໜ້າເອິກ, ທ້ອງ, ຫຼັງຂອງເຈົ້າ, ລົງໄປຈົນຮອດຂາ ແລະ ອອກໄປພື້ນ.
ສຸດທ້າຍແລ້ວ, ເອົາໃຈໃສ່ຕໍ່ກັບທຸກສ່ວນໃນຮ່າງກາຍຂອງເຈົ້າ. ແຕ່ລະຄັ້ງທີ່ເຈົ້າຫາຍໃຈ, ຄິດກ່ຽວກັບຄຳວ່າ 'ຜ່ອນຄາຍ'. ຫຼື ຖ້າເຈົ້າຮູ້ສຶກວ່າມັນໃຊ້ບໍ່ໄດ້ກັບເຈົ້າ, ລອງຄຳວ່າ 'ສະຫງົບ' ຫຼື 'ບັນເທົາ'. ຮູ້ສຶກໄດ້ວ່າຮ່າງກາຍຂອງເຈົ້າໄດ້ປົດປ່ອຍໃນການຫາຍໃຈແຕ່ລະຄັ້ງ. ມາມຸ່ງຄວາມສົນໃຈຕໍ່ກັບຮ່າງກາຍທຸກສ່ວນຂອງເຈົ້າ ແລະ ຄຳສັບທີ່ສະຫງົບງຽບສຳລັບການຫາຍໃຈສອງສາມຄັ້ງ.
ຮອບສຸດທ້າຍ. ມາຈົບການອອກກຳລັງກາຍນີ້ດ້ວຍການຫາຍໃຈ ແລະ ຢືດກ້າມເນື້ອໜ້າທ້ອງເລິກໆຈັກສອງສາມຄັ້ງ. ເໜັງນິ້ວຕີນຂອງເຈົ້າ. ຄ່ອຍໆຢືດນິ້ວມື, ຂໍ້ມື, ແຂນ ແລະ ບ່າໄຫຼ່ຂອງເຈົ້າ. ສັງເກດເບິ່ງວ່າຮ່າງກາຍຂອງເຈົ້າຮູ້ສຶກແນວໃດ, ທຽບກັບຕອນເລີ່ມ. ໃຫ້ຕົນເອງໄດ້ຂອບໃຈຕໍ່ກັບຮ່າງກາຍຂອງເຈົ້າ, ຄືກັນກັບຮ່າງກາຍຂອງເຈົ້າທີ່ຮູ້ສຶກຂອບໃຈຕໍ່ກັບຄວາມເອົາໃຈໃສ່, ຄວາມໃຈດີ ແລະ ຄວາມໃສ່ໃຈທີ່ເຈົ້າໄດ້ມອບໃຫ້ມັນ. ໃນເວລາທີ່ເຈົ້າຮູ້ສຶກພ້ອມທີ່ຈະຢືນຂຶ້ນ ແລະ ຍ່າງໄປມາ, ເຈົ້າຄວນຈະດື່ມນ້ຳ ຫຼື ກິນອາຫານຫວ່າງ. ໃຫ້ຈື່ວ່າ, ເຈົ້າສາມາດກັບມາສູ່ການຫາຍໃຈ ແລະ ການສະແກນຮ່າງກາຍຂອງເຈົ້າໄດ້ທຸກເວລາຂອງວັນ ຫຼື ລອງອອກກຳລັງກາຍແບບນີ້ອີກຄັ້ງ. ເຮັດໄດ້ຫຼາຍໆຄັ້ງໄດ້ຕາມຄວາມຕ້ອງການຂອງເຈົ້າ. ຖ້າຫາກເຈົ້າຕ້ອງການຮຽນຮູ້ເພີ່ມເຕີມກ່ຽວກັບການອອກກຳລັງກາຍພື້ນຖານ ແລະ ການຜ່ອນຄາຍທີ່ເຈົ້າສາມາດເຮັດໄດ້ຢູ່ເຮືອນ, ເຈົ້າສາມາດໂທຫາສາຍດ່ວຍແພນດາທີ່ເບີ 1300 726 306 ເພື່ອສົນທະນາກ່ຽວກັບທາງເລືອກການເບິ່ງແຍງຕົວເອງແບບມີປະສິດທິພາບ, ແບບປົກກະຕິ.
ສາຍຊ່ວຍເຫຼືອຂອງອົງການ
ໂທຫາສາຍດ່ວນສຸຂະພາບຈິດແຫ່ງຊາດບໍ່ເສຍຄ່າຂອງພວກເຮົາ
ໂທລະສັບ 1300 726 306
ຈັນ - ສຸກ 9 ໂມງເຊົ້າ - 7.30 ໂມງແລງ AEST/AEDT
ສາຍໃຫ້ຄວາມຊ່ວຍເຫຼືອແຫ່ງຊາດຂອງອົງການ PANDA ແມ່ນມີຮັບໃຊ້ໃນຫຼາຍພາສາ, ລວມທັງຂອງທ່ານນຳ.
ເວລາທ່ານໂທລະສັບຫາສາຍໃຫ້ຄວາມຊ່ວຍເຫຼືອຂອງ PANDA ນັ້ນ, ໃຫ້ກົດເອົາໂຕເລືອກ “1” ທີ່ຊີ້ບອກໃຫ້ພວກເຮົາຮູ້ວ່າທ່ານຕ້ອງການນາຍພາສາ.
ທ່ານຈະໄດ້ໃຫ້ຈັບສາຍໄວ້ຈົນກວ່າມີຜູ້ໃຫ້ຄວາມປຶກສາຄົນໜຶ່ງຫວ່າງ ຫຼືວ່າ ທ່ານອາດໄດ້ຍິນຂໍ້ຄວາມທີ່ອັດໄວ້ຂໍໃຫ້ທ່ານຝາກຂໍ້ຄວາມໄວ້.
ຈະເປັນຢ່າງໃດເວລາສາຍຂອງທ່ານມີຄົນຮັບ:
ສາຍຂອງທ່ານຈະມີຜູ້ໃຫ້ຄວາມປຶກສາທີ່ເວົ້າພາສາອັງກິດຄົນໃດຄົນໜຶ່ງຮັບ. ພວກເຮົາຈຳຕ້ອງຮູ້ພາສາທີ່ຕ້ອງການ. – ທ່ານບໍ່ຈຳເປັນຕ້ອງເວົ້າພາສາອັງກິດ ມີແຕ່ບອກຜູ້ໃຫ້ຄວາມປຶກສານັ້ນ ຮູ້ເຖິງພາສາອັນທີ່ທ່ານຕ້ອງການ
ທາງອົງການ PANDA ຈະຈັດການເອົານາຍພາສາຜູ້ໃດຜູ້ໜຶ່ງໃຫ້ແລະເວລາມີຜູ້ໜຶ່ງຫວ່າງ, ພວກເຮົາກໍຈະເລີ່ມວິທີການໃຫ້ຄວາມຊ່ວຍເຫຼືອທ່ານ.
ຖ້າຫາກວ່ານາຍພາສາຜູ້ໃດຜູ້ໜຶ່ງບໍ່ຫວ່າງ, ພວກເຮົາຈະໂທລະສັບຫາທ່ານຄືນ.
ຈະຝາກຂໍ້ຄວາມອັນໜຶ່ງໄວ້ຢ່າງໃດ:
ໃຫ້ຝາກຂໍ້ຄວາມໄວ້ເພາະວ່າເຮັດແບບນີ້ຈະເກັບອັນດັບຂອງທ່ານໄວ້ອັນດັບລໍຖ້າ. ທ່ານບໍ່ຕ້ອງໂທລະສັບຫາຄືນຕະຫຼອດ, ຜູ້ໃຫ້ຄວາມປຶກສາຂອງພວກເຮົາຜູ້ໃດຜູ້ໜຶ່ງຈະໂທລະສັບຫາທ່ານ.
ກະຣຸນາຝາກຊື່, ນຳເບີໂທລະສັບ, ຣັດແລະພາສາຂອງທ່ານໄວ້. ພວກເຮົາຈະໂທລະສັບຫາທ່ານຄືນກັບນາຍພາສາຜູ້ໃດຜູ້ໜຶ່ງ.
ຖ້າຫາກວ່າທ່ານຕ້ອງການຄວາມຊ່ວຍເຫຼືອດ່ວນ
ໃຫ້ໂທລະສັບໄປຫາສາມສູນ (000) ຫຼືວ່າພະແນກສຸກເສີນຂອງໂຮງໝໍທ້ອງຖິ່ນ.
ຖ້າຫາກວ່າທ່ານຕ້ອງການຄວາມຊ່ວຍເຫຼືອນອກຊົ່ວໂມງການຂອງສາຍອົງການ PANDA’s Helpline, ໃຫ້ໂທລະສັບຫາສາຍ Lifeline ຕາມນຳເບີ 13 11 14.
